ຂ່າວສານ ແລະ ກິດຈະກຳ ຂ່າວສານ ແລະ ກິດຈະກຳ

“All-New Isuzu D-Max” ໄດ້ຮັບລາງວັນ ASEAN NCAP ຄວາມປອດໄພລະດັບ 5 ດາວ ຕອກຢໍ້າຄວາມເປັນຜູ້ນຳແຫ່ງໂລກກະບະໂຕຈິງ!

All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ’’ ໄດ້ຮັບມາດຕະຖານຄວາມປອດໄພສູງສຸດລະດັບ 5 ດາວ ຈາກສະຖາບັນທົດສອບຄວາມປອດໄພລົດຍົນຊັ້ນນຳ ASEAN NCAP  ຕອກຢໍ້າຄວາມເປັນຜູ້ນຳແຫ່ງຄວາມປອດໄພໂຕຈິງ ຫຼັງຈາກກະບະລຸ້ນໃໝ່ All-New Isuzu D-Maxຜູ້ນຳແຫ່ງໂລກກະບະໂຕຈິງ ທີ່ຫາກໍ່ເປີດໂຕໄປໃນຊ່ວງປາຍປີທີ່ຜ່ານມານີ້ໄດ້ຮັບກະແສຕອບຮັບຈາກຜູ້ໃຊ້ລົດໃນປະເທດລາວຢ່າງຫຼວງຫຼາຍ ເກີນຄວາມຄາດໝາຍໂດຍມີຍອດຈອງຫຼາຍສູງເຖິງ 100 ຄັນ ໃນໄລຍະພຽງ 10 ມື້ເທົ່ານັ້ນ ພ້ອມທັງໄດ້ຮັບລາງວັນກາລັນຕີອອກແບບດີເດັ່ນ Good Design Award 2020” (G Mark)  ສາຂາພາຫະນະການຄ້າ (Commercial vehicle, Commercial vehicle-related instruments) ຈາກສະຖາບັນສົ່ງເສີມການອອກແບບແຫ່ງປະເທດຍີ່ປຸ່ນ ຫຼື Japan Institute of Design Promotion (JDP) ຫຼ້າສຸດກະບະລຸ້ນໃໝ່All-New Isuzu       D-Maxຜູ້ນຳແຫ່ງໂລກກະບະໂຕຈິງ  ໄດ້ຮັບລາງວັນສຸດຍອດລົດຍົນດ້ານຄວາມປອດໄພໃນກຸ່ມລົດກະບະ ຈາກສະຖາບັນທົດສອບຄວາມປອດໄພລົດຍົນຊັ້ນນຳ ASEAN NCAP ໂດຍໄດ້ຮັບຄະແນນລວມສູງສຸດລະດັບ 5 ດາວ ຈາກການທົດສອບຄວາມປອດໄພໃນດ້ານຕ່າງໆ ເຊັ່ນ: ການທົດສອບໃນສ່ວນຂອງການປົກປ້ອງຜູ້ໂດຍສານທີ່ເປັນຜູ້ໃຫຍ່ ການປົກປ້ອງຜູ້ໂດຍທີ່ເປັນເດັກນ້ອຍ ແລະ ເຕັກໂນໂລຊີເພື່ອຄວາມປອດໄພ ເປັນຕົ້ນ ລາງວັນດັ່ງກ່າວຖືເປັນການຕອກຢໍ້າຄວາມເປັນຜູ້ນຳແຫ່ງຄວາມປອດໄພຢ່າງແທ້ຈິງ 

 

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ ລຸ້ນໃໝ່! All-New Isuzu D-Max ຜູ້ນຳແຫ່ງໂລກກະບະໂຕຈິງ ສາມາດລົງທະບຽນລ່ວງໜ້າເພື່ອທົດລອງຂັບລົດກະບະລຸ້ນໃໝ່ “All-New Isuzu
D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ໄດ້ທີ່ http://www.myisuzulaos.com/test-drive/ ແລະມາສຳຜັດລົດອີຊູຊຸດ້ວຍໂຕທ່ານເອງໄດ້ທີ່ສູນຂາຍອີຊູຊຸທຸກສາຂາພ້ອມຮັບຂໍ້ສະເໜີສຸດພິເສດ!!!

ຂໍ້ມູນການທົດສອບລົດ ASEAN NCAP ເພີ່ມຕື່ມ: https://youtu.be/w8PXDF7qDxE