ISUZU INSIGHT VERSION 1.1
“ແນະນຳ ປະຕິບັດງ່າຍ ປະຢັດໄດ້ ຊີວິດດີ”
ອີຊູຊຸອິນໄຊ ເທັກໂນໂລຢີວິເຄາະພຶດຕິກຳການຂັບຂີ່ໜຶ່ງດຽວແຫ່ງວົງການລົດກະບະ, ຊ່ວຍແນະນຳປະຕິບັດໄດ້ງ່າຍໃຫ້ຜູ້ຂັບຂີ່ສາມາດພັດທະນາການຂັບຂີ່ຂອງຕົນເອງ ທັງດ້ານຄວາມປະຢັດນ້ຳມັນ ແລະ ຄວາມປອດໄພໄດ້ເຕັມສັກກະຍະພາບຍິ່ງຂື້ນ.
ອີຊູຊຸອິນໄຊ ຈະຄຳນວນ ແລະ ປະເມີນຜົນການຂັບຂີ່ຂອງຜູ້ໃຊ້ລົດອອກມາໃນຮູບແບບຂອງອີຊູຊຸອິນໄຊ ທີ່ວິເຄາະພຶດຕິກຳການຂັບໄດ້ ຢ່າງລະອຽດລະຖີ່ຖ້ວນ, ຊຶ່ງຈະສະແດງອອກມາທັງໃນຮູບແບບຂອງເສັ້ນສະແດງ ແລະ ຕົວເລກຄວບຄຸມທັງ 5 ດ້ານ ໄດ້ເຊັ່ນ:
ລະບົບປະຕິບັດການ “ອີຊູຊຸອິນໄຊ ເວີຊັນ 1.1” ຖືກພັດທະນາຂຶ້ນມາເພື່ອຊ່ວຍວິເຄາະ ແລະ ແນະນຳພຶດຕິກຳການຂັບຂີ່ທີ່ປາຖະໜາ ຈະຊ່ວຍໃຫ້ທ່ານໄດ້ເຂົ້າໃຈເຖິງພຶດຕິກຳການຂັບຂີ່ຂອງຕົນເອງ ແລະ ວິທີການທີ່ຈະພັດທະນາພຶດຕິກຳການຂັບຂີ່ໃຫ້ມີປະສິດທິພາບຍິ່ງຂື້ນ ເມື່ອທ່ານປະຕິບັດຕາມຄຳແນະນຳໃນລາຍງານອີຊູຊຸອິນໄຊຢ່າງຕໍ່ເນື່ອງຈະເກີດຜົນດີໃນດ້ານ.
ເມື່ອທ່ານນຳລົດເຂົ້າກວດເຊັກຕາມໄລະຍະທີ່ສູນບໍລິການອີຊູຊຸ ທາງສູນຈະດຶງຂໍ້ມູນຈາກ “ອີຊູຊຸອິນໄຊ” ເພື່ອປະມວນຜົນ ສະຫຼຸບ ແລະ ພິມເປັນລາຍງານການຂັບຂີ່ພ້ອມກັບຄຳແນະນຳທີ່ເຂົ້າໃຈງ່າຍ ໂດຍທ່ານສາມາດຂໍຮັບການບໍລິການນີ້ໄດ້ທີ່ສູນບໍລິການອີຊູຊຸຸ ໄດ້ຟຣີ 5 ຄັ້ງທຳອິດ ເມື່ອກວດເຊັກຕາມໄລຍະທີ່ 1,000 - 20,000 ກມ.*
*ໃນການປະມວນຜົນ “ອີຊູຊຸອິນໄຊ” ມີຄ່າໃຊ້ຈ່າຍໃນການສະຫຼຸບ ແລະ ພິມເປັນໃບລາຍງານ ອີຊູຊຸອິນໄຊ ຕັ້ງແຕ່ໄລຍະ 20,001 ກມ. ເປັນຕົ້ນໄປ