ມາດຕະຖານສູນບໍລິການ


ອອກແບບມາເພື່ອລົດອີຊູຊຸໂດຍສະເພາະ

Service Center <br />Standard
Service Center
Standard
Service Center
Standard

ມາດຕະຖານສູນບໍລິການ (Service Center Standard)

ສູນບໍລິການມາດຕະຖານອີຊູຊຸ ອອກແບບມາເພື່ອລົດອີຊູຊຸໂດຍສະເພາະຕາມມາດຕະຖານຈາກອີຊູຊຸປະເທດຍີ່ປຸ່ນ ພ້ອມດ້ວຍອຸປະກອນທີ່ທັນສະໄໝຮອງຮັບກັບໂຄງສ້າງລົດຕາມຄ່າມາດຕະຖານຈາກໂຮງງານ ແລະ ຍັງເໜືອກວ່າອູ່ສ້ອມແປງທົ່ວໄປດ້ວຍເຄື່ອງມືວິນິດໄສອັດສະລິຍະ (GIDSS, TECH-2) ຊຶ່ງຊ່ວຍວິເຄາະບັນຫາລົດທີ່ມີເຕັກໂນໂລຊີລ້ຳສະໄໝຢ່າງອີຊູຊຸ ດ້ວຍລະບົບເອເລັກໂທຼນິກທີ່ມີຄວາມແນ່ນອນສູງ ດ້ວຍອຸປະກອນທີ່ຄົບວົງຈອນ ແລະ ໄດ້ມາດຕະຖານ ທັງໝົດນີ້ຊ່ວຍໃຫ້ວຽກສ້ອມແປງທີ່ອີຊູຊຸມີປະສິດທິພາບ ແນ່ນອນ ແລະ ສາມາດປ້ອງກັນຄວາມເສຍຫາຍທີ່ເກີດຂື້ນລະຫວ່າງວຽກສ້ອມແປງ.

ຊ່າງອີຊູຊຸ

ຊ່າງອີຊູຊຸໄດ້ຮັບການຝຶກອົບຮົມຊ່າງຈາກສະຖາບັນຝຶກອົບຮົມຕຣີເພຊອີຊູຊຸ ຫຼາຍກວ່າ 500 ຊົ່ວໂມງ ແລະ ຍັງມີການແຂ່ງຂັນທັກສະສີມືຊ່າງລະດັບປະເທດເປັນປະຈຳທຸກປີ ເພື່ອເພີ່ມທັກສະ ແລະ ຍົກລະດັບຄວາມຊຳນານ.

ການຄວບຄຸມຄຸນນະພາບວຽກສ້ອມແປງ

ເພື່ອໃຫ້ວຽກສ້ອມແປງໄດ້ຄຸນນະພາບຫຼາຍຂຶ້ນ ນອກຈາກຂັ້ນຕອນການສ້ອມແປງຕາມມາດຕະຖານແລ້ວ, ອີຊູຊຸໄດ້ເພີ່ມຂັ້ນຕອນກ່ອນ ແລະ ຫຼັງການສ້ອມແປງ ເພື່ອຄວບຄຸມຄຸນນະພາບວຽກສ້ອມແປງໃຫ້ດີຂຶ້ນ, ລວມເຖິງການກວດສະພາບລົດເບື້ອງຕົ້ນກ່ອນຮັບບໍລິການໂດຍທີ່ປຶກສາວຽກບໍລິການ ແລະ ການກວດກາຄຸນນະພາບວຽກສ້ອມແປງກ່ອນສົ່ງມອບລົດຄືນໂດຍຫົວໜ້າຊ່າງ ຊຶ່ງທັງໝົດນີ້ກໍເພື່ອໃຫ້ວຽກສ້ອມແປງໄດ້ມາດຕະຖານ, ປອດໄພ ແລະ ຄຸ້ມຄ່າຫຼາຍຂຶ້ນ.
ເງື່ອນໄຂການຮັບປະກັນ (Service and Parts Warranty)
  1. ລົດທີ່ໄດ້ຮັບສິດຮັບປະກັນ

    ບໍລິສັດ ຕຣີເພຊອີຊູຊຸເຊວຊ໌​ ຈຳກັດ ຮັບປະກັນລົດທີ່ຜະລິດ ຫຼື ຈຳໜ່າຍໂດຍ ບໍລິສັດ ຕຣີເພຊອີຊູຊຸເຊວຊ໌​ ຈຳກັດ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບການແຕ່ງຕັ້ງເທົ່ານັ້ນ.


  2. ໄລຍະເວລາການຮັບປະກັນຕົວລົດ

    ນັບແຕ່ວັນສົ່ງມອບລົດໃຫ້ກັບລູກຄ້າຄົນທຳອິດ ໂດຍມີໄລຍະເວລາການຮັບປະກັນກຳນົດ 3 ປີ ຫຼື ໄລຍະທາງທີ່ລົດແລ່ນ 100,000 ກິໂລແມັດທຳອິດ ແລ້ວແຕ່ຢ່າງໃດຢ່າງໜຶ່ງຈະຮອດກຳນົດກ່ອນ.


  3. ຂອບເຂດການຮັບປະກັນ

    ບໍລິສັດ ຈະຈັດຫາ ຫຼື ສ້ອມແປງສ່ວນປະກອບຂອງລົດສະເພາະສ່ວນທີ່ບໍລິສັດ ໄດ້ຍອມຮັບໃນຄວາມບົກຜ່ອງຂອງວັດສະດຸ ຫຼື ສີມືການປະກອບເທົ່ານັ້ນ.


ເມື່ອບໍລິສັດ ໄດ້ຍອມຮັບຄວາມເປ່ເພບົກຜ່ອງຂອງວັດສະດຸ ຫຼື ສີມືການປະກອບໃນລາຍການໃດ, ບໍລິສັດຈະເຮັດການສ້ອມແປງ, ປັບແຕ່ງ ຫຼື ປ່ຽນຊິ້ນສ່ວນປະກອບຂອງລົດທີ່ເປ່ເພບົກຜ່ອງນັ້ນໃຫ້ ໂດຍບໍ່ຄິດໄລ່ລາຄາ, ລວມທັງບໍ່ຄິດໄລ່ຄ່າບໍລິການໃນການປ່ຽນຊິ້ນສ່ວນປະກອບນັ້ນດ້ວຍ.


ລາຍການນອກເໜືອການຮັບປະກັນຕົວລົດ

  • ໝໍ້ໄຟ ຮັບປະກັນ 1 ປີ ຫຼື 20,000 ກິໂລແມັດ ແລ້ວແຕ່ຢ່າງໃດຢ່າງໜຶ່ງຮອດກຳນົດກ່ອນ ຕາມເງຶ່ອນໄຂຂອງບໍລິສັດຜູ້ຜະລິດໝໍ້ໄຟ.
  • ຕີນຢາງລົດ ຮັບປະກັນ 2 ປີ ຫຼື 50,000 ກິໂລແມັດ ແລ້ວແຕ່ຢ່າງໃດຢ່າງໜຶ່ງຮອດກຳນົດກ່ອນ ຕາມເງຶ່ອນໄຂຂອງບໍລິສັດຜູ້ຜະລິດຢາງ.

ຍົກເວັ້ນການຮັບປະກັນ

  1. ລົດທີ່ບໍ່ໄດ້ເຂົ້າຮັບບໍລິການກວດກາຈາກສູນບໍລິການອີຊູຊຸທີ່ມີລາຍຊື່ຢູ່ໃນຄູ່ມືການໃຊ້ ແລະ ການບົວລະບັດຮັກສາລົດອີຊູຊຸ ເມື່ອເຖິງກຳນົດໄລຍະບໍລິການ ແລະ ບົວລະບັດຮັກສາລົດທີ່ບໍລິສັດໄດ້ລະບຸໄວ້ໃນຄູ່ມືດັ່ງກ່າວ ຕະຫຼອດໄລຍະເວລາການຮັບປະກັນ.
  2. ການເປ່ເພໃນກໍລະນີທີ່ມີການສ້ອມແປງລົດໂດຍບຸກຄົນອື່ນ ຊຶ່ງບໍ່ແມ່ນພະນັກງານສ້ອມແປງລົດຂອງສູນບໍລິການອີຊູຊຸ ທີ່ມີລາຍຊື່ຢູ່ໃນຄູ່ມືການໃຊ້ ແລະ ການບົວລະບັດຮັກສາລົດອີຊູຊຸ.
  3. ການເປ່ເພໃນກໍລະນີທີ່ມີການດັດແປງ, ປ່ຽນແປງ ຫຼື ຕໍ່ເຕີມລົດຫຼັງຈາກຮັບມອບຈາກບໍລິສັດ ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກບໍລິສັດ.
  4. ການເປ່ເພໃນກໍລະນີທີ່ມີການບໍ່ໃຊ້ອາໄຫຼ່ແທ້ທີ່ມີເຄື່ອງໝາຍການຄ້າຂອງອີຊູຊຸ ຊຶ່ງຈັດຈຳໜ່າຍໂດຍບໍລິສັດ ແລະ ຜູ້ຈຳໜ່າຍຂອງອີຊູຊຸ.
  5. ການເປ່ເພໃນກໍລະນີທີ່ມີການໃຊ້ນ້ຳມັນ, ນ້ຳມັນຫຼໍ່ລື່ນ ຫຼື ສານເຄມີທີ່ຜິດໄປຈາກຂໍ້ກຳນົດໃນປຶ້ມບັນທຶກການໃຊ້ ແລະ ການບົວລະບັດຮັກສາລົດອີຊູຊຸ.
  6. ການເປ່ເພໃນກໍລະນີທີ່ມີການປະຕິບັດບໍ່ຖືກຕ້ອງຕາມຄຳແນະນຳທີ່ໃຫ້ໄວ້ໃນຄູ່ມືການໃຊ້ ແລະ ການບົວລະບັດຮັກສາລົດອີຊູຊຸ.
  7. ການເປ່ເພໃນກໍລະນີທີ່ມີການໃຊ້ຄວາມໄວ ຫຼື ໃຊ້ບັນທຸກນ້ຳໜັກເກີນກວ່າທີ່ກົດໝາຍ ຫຼື ລະບຽບຂໍ້ບັງຄັບທີ່ໄດ້ກຳນົດໄວ້.
  8. ການເປ່ເພໃນກໍລະນີທີ່ມີການຂັບລົດໃນສະຖານທີ່ ຊຶ່ງໂດຍປົກກະຕິບໍ່ໃຊ້ເປັນທີ່ຂັບລົດ.
  9. ການເສື່ອມສະພາບຂອງລົດທີ່ເກີດຈາກການກາຍໄປຂອງເວລາ ຊຶ່ງໂດຍປົກກະຕິບໍ່ຖືວ່າເປັນການເສື່ອມສະພາບທີ່ເກີດຈາກຄວາມເປ່ເພບົກຜ່ອງຂອງວັດສະດຸ ຫຼື ສີມືການປະກອບ ເຊັ່ນ ລົດທີ່ຈອດປະໄວ້ເປັນໄລຍະ ເວລາດົນນານໂດຍຂາດການບົວລະບັດຮັກສາ ເປັນຕົ້ນ.
  10. ການເປ່ເພຂອງສ່ວນປະກອບຂອງຊິ້ນສ່ວນ ຫຼື ອຸປະກອນລົດທີ່ເສື່ອມສະພາບຈາກການໃຊ້ວຽກ ແລະ ຄ່າໃຊ້ຈ່າຍໃນການບົວລະບັດຮັກສາສ້ອມແປງຊິ້ນສ່ວນ ຫຼື ອຸປະກອນດັ່ງກ່າວ ເຊັ່ນ ຄ່າໃຊ້ຈ່າຍໃນການ ປ່ຽນຫົວສີດນ້ຳມັນ, ລູກປືນ, ຫຼອດໄຟ, ຟິວ, ແຜງຖ່ານຂອງມໍເຕີຕິດຈັກ ແລະ ອອລເຕີເນັດເຕີໄສ້ກອງຕ່າງໆ, ຜ້າເບຼກ, ແຜ່ນຄາດ, ຊິ້ນສ່ວນປະກອບທີ່ເຮັດດ້ວຍຢາງ ຫຼື ສານສັງເຄາະ ເຊັ່ນ ຢາງຮອງ, (ຍົກເວັ້ນຢາງຮອງຝາສູບ), ໃບປັດນ້ຳຝົນ, ທໍ່ຢາງ, ສາຍພານຕ່າງໆ ແລະ ບຸຊຕ່າງໆ, ນ້ຳຢາໝໍ້ນ້ຳ, ສານຫຼໍ່ລື່ນ, ການປັບຕັ້ງສູນລໍ້ ແລະ ການຖ່ວງລໍ້ ເປັນຕົ້ນ.
  11. ການເປ່ເພຂອງສ່ວນປະກອບທີ່ເປັນແຜ່ນແກ້ວ ເຊັ່ນ ແຜ່ນແກ້ວບັງລົມໜ້າ, ແຜ່ນແກ້ວບັງລົມຫຼັງ ແລະ ແຜ່ນແກ້ວປ່ອງຢ້ຽມ ເປັນຕົ້ນ.
  12. ສຽງດັງ, ການສັ່ນສະເທືອນຕາມປົກກະຕິ ຊຶ່ງບໍ່ມີຜົນກະທົບຕໍ່ຄຸນນະພາບ ແລະ ຄວາມສາມາດຂອງລົດ.
  13. ກາຈ້ຳ (ເລກຈັກ ແລະ/ຫຼື ເລກຖັງ) ຊຶ່ງໄດ້ຈ້ຳໄວ້ກ່ອນສົ່ງມອບລົດຖືກທຳລາຍ ຫຼື ຖືກຍ້າຍໄປ.
  14. ການເປ່ເພທີ່ເກີດຂຶ້ນກັບລົດ ໃນກໍລະນີທີ່ມີອຸບັດເຫດ ຫຼື ການຖືກລັກ.
  15. ການເປ່ເພຊຶ່ງເກີດຈາກໄພທຳມະຊາດ, ຄວັນ, ສານເຄມີ, ຂີ້ນົກ, ເກືອ, ນ້ຳຢາງຕົ້ນໄມ້, ແລະອື່ນໆ.
  16. ລົດທີ່ມີການປ່ຽນແປງເລກກິໂລແມັດໃນໜ້າປັດຂອງມິເຕີໄລຍະທາງ, ສາຍມິເຕີຄວາມໄວຖືກຖອດອອກ ຫຼື ຂາດ.
  17. ຄ່າໃຊ້ຈ່າຍຕ່າງໆ ເຊັ່ນ ທີ່ພັກ, ຄ່າໂທລະສັບ, ຄ່ານ້ຳມັນ, ຄ່າເສຍເວລາ, ຄ່າລາກແກ່, ລວມທັງຄ່າເປ່ເພ ເນື່ອງຈາກຂາດຄວາມສະດວກ ຫຼື ທຸລະກິດເສຍຫາຍ.

*ຫາກທ່ານມີຂໍ້ສົງໃສກ່ຽວກັບເງື່ອນໄຂໃນການຮັບປະກັນ ແລະ ຂໍ້ຍົກເວັ້ນການຮັບປະກັນ, ກະລຸນາຕິດຕໍ່ບໍລິສັດ ຫຼື ຜູ້ຈຳໜ່າຍລົດອີຊູຊຸໄດ້ທຸກແຫ່ງ.

**ບໍລິສັດຂໍສະຫງວນສິດໃນການອອກໃບຮັບປະກັນໃຫ້ໃໝ່.

ສະດວກບໍ່ຕ້ອງລໍຖ້າໃນແຖວ

ບໍລິການນັດໝາຍ ລ່ວງໜ້າ

ໝົດບັນຫາກັບການເສຍເວລາລໍຖ້າຄິວ ດ້ວຍບໍລິການນັດໝາຍລ່ວງໜ້າ ທີ່ໃຫ້ທ່ານເຂົ້າຮັບບໍລິການໄດ້ທັນທີ, ພຽງແຕ່ໂທນັດໝາຍລ່ວງໜ້າຢ່າງໜ້ອຍ 1 ວັນ ແລະ ຖ້າທ່ານບໍ່ສະດວກທີ່ຈະມາຕາມເວລານັດ ທ່ານສາມາດປ່ຽນແປງວັນ ແລະ ເວລາເຂົ້າຮັບບໍລິການໄດ້ແບບບໍ່ຕ້ອງກັງວົນ.

ໂທນັດໝາຍໂທນັດໝາຍ

ໂທນັດໝາຍ

ບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍ

ບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍ

ນຳລົດເຂົ້າຮັບບໍລິການກົງຕາມເວລານັດນຳລົດເຂົ້າຮັບບໍລິການກົງຕາມເວລານັດ

ນຳລົດເຂົ້າຮັບບໍລິການກົງຕາມເວລານັດ

ໂທນັດໝາຍໂທນັດໝາຍ

ໂທນັດໝາຍ

ບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍ

ບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍ

ນຳລົດເຂົ້າຮັບບໍລິການກົງຕາມເວລານັດນຳລົດເຂົ້າຮັບບໍລິການກົງຕາມເວລານັດ

ນຳລົດເຂົ້າຮັບບໍລິການກົງຕາມເວລານັດ

ໂທນັດໝາຍໂທນັດໝາຍ

ໂທນັດໝາຍ

ບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍ

ບໍລິການແຈ້ງເຕືອນກ່ອນເຖິງວັນນັດໝາຍ

ນຳລົດເຂົ້າຮັບບໍລິການກົງຕາມເວລານັດນຳລົດເຂົ້າຮັບບໍລິການກົງຕາມເວລານັດ

ນຳລົດເຂົ້າຮັບບໍລິການກົງຕາມເວລານັດ